ກອງປະຊຸມອາຊຽນຄັ້ງທີ 39 ຫວຽດນາມ (17 - 19 ກັນຍາ 2019)
20 January 2020
calendar_today
20 January 2020
ກອງປະຊຸມ ASEANAPOL ຄັ້ງທີ 39 ດ້ວຍຫົວຂໍ້ “ເຊີດຊູບັນດາຄູ່ຮ່ວມມື, ສາມັກຄີແບບຍືນຍົງ” ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ, ຫວຽດນາມ ແຕ່ວັນທີ 17/9 – 19/9/2019. ຈຸດປະສົງຂອງກອງປະຊຸມແມ່ນເພື່ອແນໃສ່ເຊີດຊູ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືໄລຍະຍາວລະຫວ່າງບັນດາປະເທດສະມາຊິກ ASEANAPOL ແລະ ບັນດາຄູ່ເຈລະຈາທີ່ກ່ຽວຂ້ອງ, ບັນດາຜູ້ສັງເກດການ ແລະ ຕ້ານອາດຊະຍາກຳ. ຊຸກຍູ້ຄວາມໝັ້ນຄົງແບບຍືນຍົງ ແລະການເຕີບໂຕເສດຖະກິດຂອງພາກພື້ນ, ແລະ ສົມທົບກັນຢ່າງແໜ້ນແຟ້ນໃນບັນດາຂົງເຂດທີ່ປອດໄພກວ່າ. H.E. ທ່ານ To Lam, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເນັ້ນໜັກວ່າ: ອາຊຽນ ກາຍເປັນພາກພື້ນທີ່ຂະຫຍັນຂັນເຄື່ອນໄດ້ຢ່າງວ່ອງໄວ ແລະ ກາຍເປັນພາກພື້ນທີ່ດຶງດູດ, ມີອະນາຄົດອັນໃຫຍ່ຫຼວງ ແລະ ມີຄວາມມຸ່ງຫວັງຫຼາຍ, ຜ່ານນັ້ນໄດ້ມີກາລະໂອກາດລົງທຶນຢ່າງຫຼວງຫຼາຍຈາກທົ່ວໂລກ, ພິເສດແມ່ນບັນດາປະເທດກ້າວໜ້າ. ພ້ອມກັນນັ້ນ, ປະເທດສະມາຊິກອາຊຽນພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງກ່ຽວກັບຄວາມໝັ້ນຄົງ ແລະ ຄວາມປອດໄພຢູ່ພາຍໃນຫຼືພາກພື້ນ. ດ້ວຍເຫດນັ້ນ, ອາດຊະຍາກຳຂ້າມຊາດໄດ້ກາຍເປັນເລື່ອງທຳມະດາ, ເຊິ່ງໃນນັ້ນຮຽກຮ້ອງໃຫ້ບັນດາອົງການໃນພາກພື້ນ ແລະ ອົງການບັງຄັບໃຊ້ກົດໝາຍແຫ່ງຊາດ ກໍ່ຄື ASEANAPOL. ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກະຊວງຕຳຫຼວດຫວຽດນາມ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ການຈັດຕັ້ງທີ່ດີເລີດ, ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຜົນສຳເລັດຂອງກອງປະຊຸມອາຊຽນ APOL ຄັ້ງທີ 39. 




___PH_PH222____PH223_


_04. -





___PH_PH222____PH223_



_04. -
English
Melayu
Indonesia
ภาษาไทย
Tiếng Việt
ភាសាខ្មែរ
ພາສາລາວ
မြန်မာ
Filipino
中文