ກຳ​ປູ​ເຈຍ​ຈັບ​ຜູ້​ກໍ່​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ 6 ຄົນ, ຍຶດ​ຢາ​ເສບ​ຕິດ​ໄດ້​ກວ່າ 200 ກິ​ໂລ​ມູນ​ຄ່າ​ຫຼາຍ​ລ້ານ

26 October 2021

calendar_today 26 October 2021
ກຳ​ປູ​ເຈຍ​ຈັບ​ຜູ້​ກໍ່​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ 6 ຄົນ, ຍຶດ​ຢາ​ເສບ​ຕິດ​ໄດ້​ກວ່າ 200 ກິ​ໂລ​ມູນ​ຄ່າ​ຫຼາຍ​ລ້ານ



ຕາມ​ຂ່າວCRI: ວັນ​ທີ 24 ຕຸລາ​ນີ້, ຕຳຫຼວດ​ກຳປູ​ເຈຍ​ໄດ້​ຈັບ​ຜູ້​ຊາຍ 6 ຄົນ​ໃນ​ຂໍ້​ກ່າວ​ຫາ​ຄ້າ​ມະນຸດ​ແລະ​ຄອບ​ຄອງ​ຢາ​ເສບ​ຕິດ​ກວ່າ 200 ກິ​ໂລ​ມູນ​ຄ່າ​ຫຼາຍ​ລ້ານ​ໂດ​ລາ, ​ເມື່ອ​ວັນ​ທີ 23 ຕຸລາ​ນີ້.

ຜູ້ຕ້ອງສົງໄສຖືກຈັບໄດ້ໃນຄືນວັນສຸກທີ່ຜ່ານມາ ໃນລະຫວ່າງການໂຈມຕີຢູ່ທີ່ບ້ານແຫ່ງໜຶ່ງໃນເມືອງ Sre Ambel ໃນແຂວງ Koh Kong, ເຊິ່ງມີຊາຍແດນຕິດກັບແຂວງ Trat ຂອງໄທ.

"ເຈົ້າໜ້າທີ່ຕຳຫຼວດແຫ່ງຊາດ ກ່າວໃນເວບໄຊຂອງຕົນວ່າ: ຢຶດຂອງກາງຢາບ້າໄດ້ຫຼາຍກວ່າ 200 ກິໂລກຣາມ ບັນຈຸຢູ່ໃນ 10 ກ່ອງ ແລະ ເຮືອໄມ້ຂະໜາດໃຫຍ່ ລຳນຶ່ງຖືກຍຶດໄດ້ໃນລະຫວ່າງການໂຈມຕີດັ່ງກ່າວ," ຕຳຫຼວດແຫ່ງຊາດ ກ່າວໃນເວັບໄຊຂອງຕົນ.

ປະເທດເອເຊຍຕາເວັນອອກສຽງໃຕ້ບໍ່ມີໂທດປະຫານຊີວິດຜູ້ຄ້າຢາເສບຕິດ. ພາຍໃຕ້ກົດໝາຍຂອງຕົນ, ຜູ້ໃດທີ່ພົບເຫັນວ່າມີຄວາມຜິດໃນການຄ້າຢາເສບຕິດທີ່ຜິດກົດໝາຍຫຼາຍກວ່າ 80 ກຣາມ ອາດຖືກຈຳຄຸກຕະຫຼອດຊີວິດ.

ກົມສະກັດກັ້ນ ແລະ ຕ້ານຢາເສບຕິດ ກຳປູເຈຍ ລາຍງານວ່າ: ໃນໄລຍະເດືອນມັງກອນ ຫາ ເດືອນ ກັນຍາ ປີ 2021, ເຈົ້າໜ້າທີ່ໄດ້ກັກຕົວຜູ້ຕ້ອງສົງໄສຢາເສບຕິດ 9,828 ຄົນ ໃນ 4,461 ຄະດີ ໃນຂອບເຂດທົ່ວປະເທດ, ຢຶດຢາເສບຕິດທີ່ຜິດກົດໝາຍປະມານ 1,05 ໂຕນ. - Xinhua